ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ອວຍພອນວັນຄູແຫ່ງຊາດ, ວັນທີ 7 ຕຸລາ ຄົບຮອບ 29 ປີ  (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2023)

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ອວຍພອນວັນຄູແຫ່ງຊາດ, ວັນທີ 7 ຕຸລາ ຄົບຮອບ 29 ປີ  (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2023)
-    ບັນດາທ່ານ ຄະນະນໍາກະຊວງສຶກສາທິການ ແລະ ກິລາທີ່ນັບຖື.
-    ບັນດາທ່ານ ຜູ້ບໍລິຫານການສຶກສາທຸກຂັ້ນ ທີ່ນັບຖື.
-    ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ນັບຖື ແລະ ຮັກແພງ
ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຊຶ່ງເປັນວັນປະຫວັດສາດທີ່ສໍາຄັນໜຶ່ງຂອງຊາດລາວເຮົາ ໄດ້ໝູນ ວຽນມາບັນຈົບຄົບຮອບ 29 ປີ, ຂ້າພະເຈົ້າ ຕາງໜ້າ ສູນກາງພັກ-ລັດຖະບານ ແຫ່ງ ສປປ ລາວ ຂໍສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງເພື່ອນໆ ຄູ-ອາຈານ ໃນຂອບເຂດທົ່ວປະເທດ ຕະຫຼອດຮອດ ຜູ້ບໍລິຫານການສຶກສາ, ກິລາ ແລະ ວິທະຍາສາດທຸກຂັ້ນ.
ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາຄູ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍ່ຄືການພັດທະນາຊັບພະຍາ ກອນມະນຸດ. ຄູໄດ້ມີບົດບາດສໍາຄັນ ໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: 
ຄູແມ່ນ ຄົນຂອງພັກ, ຄູແມ່ນ ວິສະວະກອນແຫ່ງດວງວິນຍານ, ຄູແມ່ນ ແມ່ພິມຂອງຊາດ, ຄູແມ່ນ ພໍ່ແມ່ຜູ້ທີ່ສອງຂອງເດັກ, ຄູແມ່ນ ຜູ້ທີ່ມີຄວາມຮູ້ ແລະ ປະສົບການສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄື ຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ເມື່ອທົບທວນເບິ່ງແລ້ວ ຈະເຫັນວ່າ ພາລະໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍ ໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ໂດຍສະເພາະ ການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະ ສາມາດເຂົ້າເຖິງປະຊາຊົນບັນດາເຜົ່າ.
 ໃນສະພາບການທີ່ທົ່ວໂລກ ພວມປະສົບກັບສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ, ສປປ ລາວ ຂອງພວກເຮົາ ກໍບໍ່ສາມາດຫຼີກລ່ຽງໄດ້ ຊຶ່ງສົ່ງຜົນກະທົບໄປທຸກຂົງເຂດ ລວມທັງ ຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ໂດຍສະເພາະ ຕໍ່ການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຄູ,  ພໍ່ແມ່ຜູ້ປົກຄອງພົບຄວາມຫຍຸ້ງຍາກ ໃນການຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ເຂົ້າຮຽນຢ່າງເປັນປົກກະຕິ ແລະ ເຂົ້າຮຽນຕໍ່ໃນສາຍອາຊີບ. ເຖິງແນວໃດກໍ່ຕາມ ພວກເຮົາຈະພ້ອມພາກັນຜ່ານຜ່າວິກິດ ແລະ ຄວາມຫຍຸ້ງຍາກນີ້ ໄປໃຫ້ໄດ້, ພັກ ແລະ ລັດຖະບານ ຍາມໃດ ກໍ່ເຊື່ອໝັ້ນ ຕໍ່ອຸດົມການຂອງຄູ ເຊີ່ງເປັນຄົນຂອງພັກ ທີ່ໄດ້ອຸທິດສະຕິປັນຍາ-ເຫື່ອແຮງ ເຂົ້າໃນການປະຕິບັດໜ້າທີ່ການສອນຂອງຕົນ ດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາ ຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ. ຕາໜ່າງການສຶກສາ ໄດ້ຂະຫຍາຍໄປທົ່ວປະເທດ, ເຂດຫ່າງໄກສອກຫຼີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ. ຄູ-ອາຈານຫຼາຍໆຄົນ ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະ ສາດ ສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ. 
ຕາງໜ້າໃຫ້ການນໍາ ຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄຸນງາມຄວາມດີຂອງຄູ-ອາຈານ. ພ້ອມກັນນີ້ ກໍ່ຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫຼືອຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ໃນຊຸມປີຜ່ານມາ ເປັນການປະກອບສ່ວນຍົກສູງຄຸນນະພາບການສຶກສາ ຂອງປະເທດເຮົາ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນຂຶ້ນເປັນກ້າວໆ. 
ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບສ່ວນຂອງຄູ-ອາຈານ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສະເພາະ ການກໍ່ສ້າງ ແລະ ການພັດທະນາຊັບພະຍາກອນມະນຸດ, ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນ ຈົນຮອດມະຫາວິທະຍາໄລ.
 ບັນດາຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ທີ່ຮັກແພງທັງຫລາຍ
 ໃນປະຫວັດແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ ກໍ່ລ້ວນແຕ່ຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດ ທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໄສ, ມີຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ. ຢາກເຮັດໄດ້ຄືແນວນັ້ນ, ຄູ-ອາຈານ ຂອງພວກເຮົາ ທີ່ຢູ່ບັນດາສະຖານການສຶກສາ, ໃນໂຮງຮຽນ ແລະ ນອກໂຮງຮຽນ ຍິ່ງຈະຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນເອງ ໃຫ້ກ້າວທັນກັບການປ່ຽນແປງຂອງສາກົນກວ່າເວລາໃດໝົດ. ໃນສະພາບການທີ່ມີຄວາມທ້າທາຍຫຼາຍຢ່າງ ຕໍ່ຂະແໜງສຶກສາທິການ ແລະ ກິລາ, ພວກເຮົາບໍ່ອາດຈະປະໃຫ້ຄູປະເຊີນກັບສີ່ງທ້າທາຍນັ້ນພຽງລຳພັງໄດ້. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈະຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນ ດັ່ງນີ້: 
1.    ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ເພີ່ມທະວີການນໍາພາຊີ້ນໍາ ການພັດທະນາການສຶກສາ, ເອົາໃຈໃສ່ຕໍ່ການຄຸ້ມຄອງ ແລະ ນະໂຍບາຍຕໍ່ຊີວິດການເປັນຢູ່ຂອງຄູ ໂດຍສະເພາະ ຄູອາສາສະໝັກ ໃນທ້ອງຖິ່ນຂອງຕົນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
2.    ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງຕົນ ໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະ ນຸດ ໃຫ້ມີຄຸນນະພາບ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການ ຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສະພາບແວດລ້ອມທີ່ດີ ໃນສະຖານການສຶກສາ ໃຫ້ເປັນຮູບປະທຳ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ທີ່ຕິດພັນກັບວາລະແຫ່ງຊາດ ໃຫ້ເຂັ້ມງວດ ແລະ ເດັດຂາດ;
3.    ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ ຢ່າງມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ, ມີຈັນຍາບັນ, ຈັນຍາທໍາ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ, ສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ, ທົບທວນ-ສໍາມະນາກັນຄືນ ກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ-ການວັດຜົນ ແລະ ຮັບປະກັນວ່າ ນັກຮຽນທີ່ຮຽນອ່ອນ-ຮຽນບໍ່ທັນໝູ່ ຈະໄດ້ຮັບການບຳລຸງຄືນ. ນອກຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ປະກອບການສອນ, ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ, ຮຽນຮູ້ພາສາຕ່າງປະເທດ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄູໃນການສອນທາງໄກ-ອອນລາຍ, ຫັນເປັນດີຈີຕອນ ໃນຂົງເຂດການສຶກສາ ແລະ ວິທະຍາສາດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາ ຢ່າງມີປະສິດທິຜົນສູງຂຶ້ນ;
4.    ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫຼານ ທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄປເຂົ້າໂຮງຮຽນ ທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ ແນະນໍາລູກຫຼານ ໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າ ໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ; 
5.    ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງ, ເປັນລູກຫຼານທີ່ດີຂອງພໍ່ແມ່, ຄູອາຈານ ແລະ ເປັນພົນລະເມືອງທີ່ດີຂອງປະເທດຊາດ. 
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງບັນດາຄູ-ອາຈານສອນ, ຜູ້ບໍລິຫານການສຶກສາ, ຜູ້ປະກອບການ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ. 
ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ
  ຂໍສະແດງຄວາມຂອບໃຈ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ